ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຽກ​ງານ​ຮັບປະກັນ ໃນ​ບັ້ນ ກວດ​ກູ້ ແລະ ທຳລາຍ
​ລະເບີດບໍ່​ທັນ​ແຕກ ເຮັດ​ສຳເລັດ​ໜ້າທີ່ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ


ກອງທັບ​ປະຊາຊົນ​ລາວ ແລະ ກອງທັບ ສ ຣັດ​ເຊຍ ​ຮ່ວມ​ມື ກວດ​ກູ້ ແລະ ທຳລາຍ UXO ປະຈຳ​ປີ 2023-2024 ຢູ່​ເມືອງ​ ກາສີ

     ສຳລັບ​ໂຄງການ​ຮ່ວມ​ມື ກວດ​ກູ້ ແລະ ທຳລາຍ ​ລະເບີດ​ທີ່​ບໍ່​ທັນ​ແຕກ ຢູ່​ເມືອງ​ກາສີ ແຂວງວຽງ​ຈັນ ລະຫວ່າງ ກອງທັບ​ປະຊາຊົນ​ລາວ
ແລະ ກອງທັບ ສ ຣັດ​ເຊຍ ປະຈຳ​ສົກ​ປີ 2023-2024 ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ນັບ​ແຕ່​ເດືອນ ພະຈິກ 2023 ເປັນຕົ້ນ​ມາ, ມາ​ຮອດ​ປັດ​ຈຸບັນ
​ນີ້ ແມ່ນ​ກ້າວ​ເຂົ້າ​ສູ່​ເດືອນ​ທີ 4, ເຊິ່ງ​ສັງ​ລວມ​ໄດ້​ວ່າ ສອງ​ກຳລັງກວດ​ກູ້ ລາວ-ຣັດ​ເຊຍ ສາມາດ​ກວດ​ກູ້ ແລະ ທຳລາຍ​ລະ ເບີດ​ທີ່​ບໍ່​ທັນ​ແຕກ​ໄດ້​
ເກືອບ 1.000 ໜ່ວຍ ໃນ​ນີ້, ມີ​ບາງ​ສ່ວນ​ກໍ​ໄດ້​ທຳລາຍ​ແລ້ວ ເນື່ອງ​ຈາ​ກວ່າເປັນ​ລູກ​ລະເບີດ​ປະເພດ​ທີ່​ບໍ່​ສາມາດ​ເຄື່ອນ​ຍ້າຍ​ໄດ້, ຕະຫຼອດ​ໄລຍະ​
ເວລາ 3 ເດືອນ​ກວ່າ ​ຜ່ານ​ມາສາມາດ​ປົດ​ປ່ອຍ​ເນື້ອທີ່​ດິນ​ໄດ້ ເກືອບ 18 ເຮັກຕາ ຫຼື ເທົ່າ​ກັບ 72% ແລະ ໃນ​ປັດຈຸບັນ​ນີ້ ພວມ​ສືບຕໍ່​ກວດ​ກູ້
ຢູ່​ສະໜາມ​ທີ 4 ເຊິ່ງ​ຄາດ​ຄະເນວ່າ​ຈະ​ສຳເລັດ​ໃນ​ໄວໆ​ນີ້ . ແນ່ນອນ​ວ່າ ໂຄງການ​ຮ່ວມ​ມືກວດ​ກູ້ ແລະ ທຳ ລາຍລະເບີດບໍ່​ທັນ​ແຕກ ​ມີ​ຫຼາຍ
​ພາກສ່ວນ​ຮັບຜິດຊອບ ໂດຍ​ສະເພາະວຽກ​ງານ​ຮັບປະກັນ ເຊິ່ງ​ເຫັນ​ວ່າ​ແຕ່​ລະ​ພາກສ່ວນ, ແຕ່​ລະ​ຂະແໜງການ ​ໄດ້​ພ້ອມ​ກັນ​ເອົາໃຈໃສ່​ໃນ​ການ
ປະຕິບັດ​ໜ້າທີ່​ຂອງ​ຕົນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ຮັບປະກັນ​ໄດ້​ດ້ານ​ໜ້າທີ່​ວິຊາ​ສະເພາະ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ເປັນ ຕົ້ນ​ແມ່ນ
ວຽກ​ງານ​ຮັບປະກັນ​ອຸປະໂພກ-ບໍລິໂພກ ຖື​ວ່າ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ເພື່ອ​ຮັບປະກັນ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ​ວິຊາ​ການໃຫ້​
ກິນ​ອີ່ມ​ນຸ່ງ​ງາມ ໃນ​ນີ້, ໄດ້​ເບີກ​ຈ່າຍ​ເຄື່ອງນຸ່ງຕາມ​ລະ ບົບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ​ໃຫ້, ຮັບປະກັນ​ດ້ານ​ການ​ປຸງ​ແຕ່ງອາຫານ​ມື້​ລະ 3 ຄາບ; ສ່ວນ
​ວຽກ​ງານ​ເຕັກ ນິກ ກໍ​ໄດ້​ເປັນ​ເຈົ້າ​ການ​ບົວລະບັດ​ຜັດ​ເຊັດພາຫະນະ, ພ້ອມ​ທັງ​ກວດກາ​ສະພາບ​ເຕັກນິກ ແລະ ສ້ອມ ແປງ, ປ່ຽນ​ຖ່າຍ​ອຸປະກອນ​
ທີ່​ເປ່​ເພ ຮັບປະກັນ​ການ​ໃຊ້​ງານ​ໄດ້​ປົກກະຕິ; ວຽກ​ງານ​ນ້ຳມັນ​ເຊື້ອ​ໄຟ ໄດ້​ຮັບປະກັນການ​ເບີກ​ຈ່າຍນໍ້າມັນ​ເຊື້ອ​ໄຟ​ຕາມ​ງົບປະມານ ແລະ ບົ່ງ​ສັ່ງ
​ຈ່າຍຖືກຕ້ອງ, ຄົບ​ຖ້ວນ; ສ່ວນ​ວຽກ​ງານ​ແພດ​ສະໜາມ ໄດ້​ເອົາໃຈໃສ່​ເບິ່ງແຍງ, ປີ່ນ​ປົວ​ສຸຂະພາບຂອງ​ພະນັກງານ​ວິຊາ​ການ ຢູ່​ພາກ​ສະໜາມ ແລະ
ນຳ​ສົ່ງໂຮງໝໍ​ແນວ​ຫຼັງ ໃນ​ກໍລະນີ​ບາດເຈັບ​ໜັກ; ວຽກ​ງານ​ສື່ສານ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຕິດຕາມ ແລະ ປ່ຽນ​ຖ່າຍອຸປະ​ສອນ​ສື່ສານ ແລະ ອຳ
ນວຍ​ຄວາມ​ສະດວກໃຫ້​ແກ່​ວຽກ​ງານ​ສື່ສານ​ໃນ​ພາກ​ສະໜາມ​ຕົວ​ຈິງ; ວຽກ​ງານ​ຂົນສົ່ງເປັນ​ອີກ​ໜ່ວຍ​ງານ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ ເຮັດ​ໜ້າທີ່​ໃນ​ການ
​ຂົນສົ່ງ​ກຳລັງ​ພົນ, ອຸປະກອນ​ຕ່າງໆ​ເຂົ້າ​ສູ່​ສະໜາມ, ມີ​ຄວາມ​ວ່ອງໄວ, ຮັບປະກັນ​ໄດ້​ຄວາມ​ປອດ​ໄພ, ດ້ານ​ວຽກ​ງານ​ປ້ອງ​ກັນ​ເວນຍາມ ໄດ້​ແບ່ງ​ອອກ​
ເປັນ 2 ຈຸ​ປ້ອງ​ກັນ, ໂດຍ​ຈຸ​ທີ 1 ເຮັດ​ໜ້າທີ່​ປ້ອງ​ກັນ​ທີ່​ຕັ້ງ​ສຳນັກງານ, ສ່ວນ​ຈຸ​ທີ 2 ເຮັດ​ໜ້າທີ່​ປ້ອງ​ກັນ​ພາກ​ສະໜາມ, ຕິດຕາມ​ປ້ອງ​ກັນ ວິຊາ​ການ​
ຝ່າຍ ຣັດ​ເຊຍ ທັງ​ກາງ​ເວນ ແລະ ກາງຄືນ ສາມາດ​ຮັບປະກັນ​ໄດ້​ຄວາມ​ສະຫງົບ, ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ . ໂດຍ​ສັງ​ລວມ​ແລ້ວ​ເຫັນ​ວ່າ ແຕ່​ລະ​
ພາກສ່ວນ
, ແຕ່​ລະ​ຂະແໜງການ​ວຽກ​ງານ ແມ່ນ​ສາມາດ​ເຮັດ​ຫຼ້ອນ​ໜ້າທີ່ ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ໄດ້​ມອບ​ໝາຍ​ໃຫ້. ທັງ​ໝົດ​ນີ້ ກໍ​ເພື່ອ​ແນ​ໃສ່​ປະ
ກອບສ່ວນ​ເຮັດ​ໃຫ້​ບັ້ນ​ກວດ​ກູ້ ແລະ ທຳລາຍ ​ລະເບີດທີ່​ບໍ່​ທັນ​ແຕກ ຢູ່​ເມືອງ​
ກາສີ ແຂວງວຽງ​ຈັນ ບັນລຸ​ຜົນສຳເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ແຫຼ່ງທີ່ມາ: ຈິດ ເພັດພູທອງ
ວັນທີ 27/02/2024